ຈີນ ແລະ ໂບລີວີ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດວຽກງານ
ສຳນັກຂ່າວສານ ຫວຽດນາມ ລາຍງານໃນວັນທີ 30 ເມສາ 2024 ນີ້ວ່າ: ທ່ານ ຫວາງ ອີ ລັດຖະມົນຕີກະຊວງການຕ່າງປະເທດ
ຈີນ ໄດ້ເຈລະຈາກັບ ທ່ານ ນາງ ເຊລິນດາ ໂຊຊາ ລຸນດາ (Celinda Sosa Lunda) ລັດຖະມົນຕີກະຊວງການຕ່າງປະເທດ ໂບລີວີ
ຢູ່ນະຄອນຫຼວງປັກກິ່ງ, ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືສອງຝ່າຍ ແລະ ສົມທົບກັບຫຼາຍຝ່າຍ.
ໃນການພົບປະເຈລະຈາ, ທ່ານ ຫວາງ ອີ ໄດ້ກ່າວມີຄຳເຫັນເນັ້ນໜັກວ່າ: ຈີນ ແລະ ໂບລີວີ ຄວນສືບຕໍ່ເພີ່ມທະວີຄວາມໄວ້ເນື້ອ
ເຊື່ອໃຈເຊິ່ງກັນ ແລະ ກັນ ກ່ຽວກັບການເມືອງ, ການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດ, ອົງການນິ
ຕິບັນຍັດ ແລະ ບັນດາພັກການເມືອງຂອງສອງປະເທດ; ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດໃໝ່ເຊັ່ນ: ເສດ
ຖະກິດດີຈີຕອນ, ກະສິກຳເຂດພູສູງ, ຖະແຫຼງຂ່າວ ແລະ ສື່ສານ ແລະ ການພັດທະນາແບບສີຂຽວ.
ສ່ວນທ່ານ ນາງ ລຸນດາ ໄດ້ກ່າວວ່າ: ຈີນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ໂບລີວີ ແລະ ໂບລີວີ ກໍມີຄວາມປາດຖະໜາ
ຢາກຍົກລະດັບການຮ່ວມມືກັບຈີນ ໃນຫຼາຍຂົງເຂດວຽກງານເຊັ່ນ: ເສດຖະກິດ ແລະ ການຄ້າ. ທ່ານຍັງໄດ້ກ່າວເນັ້ນໜັກວ່າ: ໂບລີວີ
ພ້ອມແລ້ວທີ່ຈະເຂົ້າຮ່ວມຊຸກຍູ້ການພົວພັນ ອາເມຣິກາ ລາຕິນ-ຈີນ ໃຫ້ດີກວ່າເກົ່າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/05/2024